ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຊາວ​ໜຸ່ມ ແລະ ກິ​ລາ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2026 ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 4 ພຶດ​ສະ​ພາ, ຢູ່ Bali, ອິນ​ໂດ​ເນ​ເຊຍ. ກອງ​ປະ​ຊຸມ​ມີ​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊາວ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ການ​ທູດ​ກິ​ລາ ເພື່ອ​ອະ​ນາ​ຄົດ​ແບບ​ຍືນ​ຍົງ”, ໂດຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ທູດ​ກິ​ລາ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ເພື່ອ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ. ສິ່ງ​ດັ່ງ​ກ່າວ​ລວມ​ທັງ​ບົດ​ບາດ​ຂອງ​ຄົນ​ລຸ້ນ​ໜຸ່ມ ດ້ວຍ​ຖາ​ນະ​ເປັນ​ບັນ​ດາ​ການ​ນຳ​ກຳ​ນົດ​ທິດ​ທາງ​ພັດ​ທະ​ນາ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ເວ​ທີ​ສາກ​ົນ.

ເມື່ອ​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ Erick Thohir, ລັດ​ຖະ​ມົນ​ຕີ​ຊາວ​ໜຸ່ມ ແລະ ກິ​ລາ ອິນ​ໂດ​ເນ​ເຊຍ ເນັ້ນ​ໜັກ​ວ່າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ພໍ​ສົມ​ຄວນ​ເພື່ອ​ສ້າງ​ອະ​ນາ​ຄົດ​ແບບ​ຍືນ​ຍົງ​ຜ່ານ​ການ​ຮ່ວມ​ມື​ຂ້າມ​ຊາຍ​ແດນ, ແລະ ການ​ທ່ອງ​ທ່ຽວ​ກິ​ລາ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກຳ​ກິ​ລາ ພວມ​ກາຍ​ເປັນ​ບັນ​ດາ​ພາກ​ສ່ວນ​ທີ່​ຂາດ​ບໍ່​ໄດ້​ຂອງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ. ບັນ​ດາ​ວາ​ລະ​ປະ​ຊຸມ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຮັກ​ສາ​ທ່ວງ​ທ່າ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ແກ້​ໄຂ​ບັນ​ດາ​ບູ​ລ​ິ​ມະ​ສິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ, ລວມ​ທັງ​ສຸ​ຂະ​ພາບ​ທາງ​ຈິດ, ໂອ​ກາດ​ເຮັ​ດ​ວຽກ, ຈິດ​ໃຈ startup, ທັກ​ສະ​ດີ​ຈີ​ຕອນ ແລະ ສຳ​ຄັນ​ທີ່​ສຸ​ດ​ແມ່ນ​ການມອບ​ສິດ​ໃຫ້​ແກ່​ຊາວ​ໜຸ່ມ.

ຟ້າມ​ຮ່າ - ນັກ​ຂ່າວ VOV ປະ​ຈຳ ຈາ​ກາ​ຕາ.