ການປະ​ເມີນ​ລາ​ຄາ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ຄຳ​ຮຽກ​ຮ​້ອງ​ຂຸດ​ຄົ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ກ່ຽວ​ກັບ ບັນ​ດາ​ແຫຼ່ງ​ຂໍ້​ມູນ​ໃໝ່, ​ການຫມູນ​ໃຊ້​ເຕັກ​ໂນ​ໂລ​ຊີ ຍົກ​ສູງ​ຄວາມ​ສາ​ມາດ​ວິ​ເຄາະ, ພັດ​ທະ​ນາ​ບັນ​ດາ​ວິ​ທີ​ທີ່​ເໝາະ​ສົມ ເພື່ອ​ຮັບ​ຮູ້ ແລະ ຫັນ​ບັນ​ດາ​ປັດ​ໄຈ​ໃໝ່​ທີ່​ກະ​ທົບ​ເຖິງ​ມູນ​ຄ່າ​ຊັບ​ສິນ​ເປັນ​ປະ​ລິ​ມານ. ນັ້ນ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ໄດ້​ຍົກ​ອອກ​ມາ ທີ່ ກອງ​ປະ​ຊຸມ​ປະ​ຈຳ​ປີ​​ສະ​ມາ​ຄົມ​​ຜູ້​ປະ​ເມີນ​ລາ​ຄາ ອາ​ຊຽນ ຄັ້ງ​ທີ 28 (AVA28), ດ້ວຍ​ຫົວ​ຂໍ້ “ສະ​ສົມ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ​ປະ​ເມີນ​ລາ​ຄາ​ແບບ​ຍືນ​ຍົງ” ຊື່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 1 ຕຸ​ລາ​ຢູ່​ນະ​ຄອນ ດ່າ​ນັງ ໂດຍ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ເປັນ​ເຈົ້າ​ພາບ​.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ມິນ​ຕຽນ ປະ​ທານ ສະ​ມາ​ຄົມ​​ຜູ້​ປະ​ເມີນ​ລາ​ຄາ ອາ​ຊຽນ ອາ​ຍຸ​ການ 2025-2026 ເນັ້ນ​ໜັ​ກວ່າ:

ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ ແລະ ປະ​ທານ AVA ອາ​ຍຸ​ການ 2025-2026, ຫວຽດ​ນາມ ປາດ​ຖະ​ໜາ ຢາກ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​​ສະ​ມາ​ຄົມ, ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ການ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ກັບ​ບັນ​ດາ​ສະ​ມາ​ຊິກ, ພ​ອ້ມ​​ກັນ​ຊຸກ​ຍູ້ການ​ພັດ​ທະ​ນາ​ທີ່​ເປັນ​ມື​ອາ​ຊີບ ແລະ ຍືນ​ຍົງ​ຂອງ​ຂົງ​ເຂດປະ​ເມີນ​ລາ​ຄາ​ໃນ ອາ​ຊຽນ.