ທ່ານ ຫງວຽນວັນຖາວ, ຜູ້ຊ່ວຍວຽກຂອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຢູ່ຫວຽດນາມນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຕີລາຄາການຜັນຂະຫຍາຍບັນດາໂຄງການໃນຂອບເຂດແຜນການປະຕິບັດວຽກງານ IAI ໄລຍະ III (2016 - 2020)ອີງຕາມໝາກຜົນຕົວຈິງຂອງ ຫວຽດນາມ.

ກອງປະຊຸມປຶກສາຫາລືກໍ່ແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ອົງການຂອງ ຫວຽດນາມຕີລາຄາບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຜ່ານນັ້ນສະເໜີບັນດາຂໍ້ສະເໜີແນະທີ່ເໝາະສົມກັບການກໍ່ສ້າງ ແລະ ຜັນຂະຫຍາຍບັນດາໂຄງການ IAI ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການກໍ່ສ້າງປະຊາຄົມ ອາຊຽນທີ່ມີຄວາມສະໜິດແໜ້ນ ດ້ານການເມືອງ, ຮ່ວມສຳພັນດ້ານກັບເສດຖະກິດ, ພັດທະນາຢ່າງສະໝ່ຳສະເໝີ, ແລະ ປະຊາຄົມອາຊຽນທີ່ມຸ່ງໄປເຖິງປະຊາຊົນ ແລະ ຖື ປະຊາຊົນເປັນໃຈກາງ.