ເຫດການດັ່ງກ່າວບໍ່ພຽງແຕ່ແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະເທດ ອາເມລິກາ ເທົ່ານັ້ນ ຫາກຍັງສ້າງທ່ວງທ່າແກ່ຄວາມມານະພະຍາຍາມລວມທົ່ວໂລກ ສະກັດກັ້ນຜົນກະທົບຈາກບັນຫາໜ່ວຍໂລກອຸ່ນຂຶ້ນ.

ທ່ານປະທານາທິບໍດີ Joe Biden ໄດ້ເຊື້ອເຊີນການນຳ 40 ປະເທດໃນໂລກ ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນລະຫວ່າງວັນທີ 22 – 23 ເມສາ. ໃນນັ້ນ, ມີການນຳຂອງ 17 ປະເທດ ທີ່ກວມເອົາເຖິງ 80% ປະລິມານອາຍພິດເຮືອນແກ້ວທົ່ວໂລກ. ກອງປະຊຸມດັ່ງກ່າວ ໄດ້ຮັບຖືວ່າ ແມ່ນການກະກຽມໃຫ້ແກ່ກອງປະຊຸມ ສປຊ ຄັ້ງທີ 26 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢູ່ Glasgow, ອັງກິດ ທີ່ຈະຈັດຂຶ້ນໃນທ້າຍປີນີ້. ໂດຍໄດ້ຮັບຄຳເຊີນຈາກທ່ານປະທານາທິບໍດີ ອາເມລິກາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກໍຈະເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ. ຫວຽດນາມ ຕີລາຄາວ່າ ນີ້ແມ່ນໂອກາດໃຫຍ່ ເພື່ອໃຫ້ການນຳບັນດາປະເທດ, ບັນດາວິສາຫະກິດ ແລະ ບັນດາອົງການຈັດຕັ້ງ ປຶກສາຫາລືກ່ຽວກັບຄວາມຮີບດ່ວນຂອງບັນຫາ ແລະ ຍົກອອກບັນດາການກະທຳຢ່າງແຮງກວ່າອີກ.