ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່ການ​ກວດຄືນການ​ພົວ​​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ ​ຮອບ​ດ້ານ, ຕີ​ລາ​ຄາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ຮັບ​ຮູ້​ສິ່ງ​ທ້າ​ທາຍ ແລະ ສະ​ເໜີ​ບັນ​ດາການ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່, ບຸກ​ທະ​ລຸ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂ​ົງ​ເຂດ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ. ບັນ​ດາ​ການ​ນຳ​ກໍ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພ້ອມ​ດຽວ​ກັນ​ນັ້ນ, ກໍຄາດ​ວ່າ ກອງ​ປະ​ຊຸມ​ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ສຳ​ຄັນ, ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ທີ່​ແທດ​ເໝາະ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ນອກກອງ​ປ​ະ​ຊຸມ.