ກອງປະຊຸມສຸດຍອດສາກົນ ກ່ຽວກັບອາວະກາດ ໄດ້ດຳເນີນຢູ່ ປາຣີ ພວມເປີດໂອກາດເພື່ອໃຫ້ບັນດາປະເທດ ເອີລົບ ຊຸກຍູ້ “ຄວາມຫວັງລວມ”, ຜ່ານນັ້ນ ກໍ່ປັບປຸງຖານະບົດບາດ ແລະ ກຳລັງຄວາມສາມາດເປັນເຈົ້າຕົນເອງຂອງພາກພື້ນ ໃນຂົງເຂດອາວະກາດ. ຝລັ່ງ ແລະ ເຢຍລະມັນ ເປັນປະທານຮ່ວມກອງປະຊຸມໃນ ວັນທີ 9 – 10 ກັນຍາ ຢູ່ Grand Palais, ນະຄອຫຼວງ Paris, ປະເທດຝລັ່ງ ດ້ວຍການເຂົ້າຮ່ວມຂອງການນຳຫຼາຍປະເທດ ແລະ ຜູ້ຕາງໜ້າບັນດາກຸ່ມບໍລິສັດໃຫຍ່ໃນຂົງເຂດອາວະກາດ. ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ນີ້ແມ່ນໂອກາດ ເພື່ອໃຫ້ເອີລົບ ກຳນົດບົດບາດຂອງຕົນ ໃນຈຳນວນບັນດາປະເທດມະຫາອຳນາດດ້ານອາວະກາດທົ່ວໂລກຮອດປີ 2035.
ກອງປະຊຸມສຸດຍອດ ອາວະກາດ ຢູ່ ປາຣີ: ໂອກາດເພື່ອໃຫ້ເອີລົບ ສ້າງ “ຄວາມຫວັງລວມ”
[VOVWORLD] - ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ ນີ້ແມ່ນໂອກາດ ເພື່ອໃຫ້ເອີລົບ ກຳນົດບົດບາດຂອງຕົນ ໃນຈຳນວນບັນດາປະເທດມະຫາອຳນາດດ້ານອາວະກາດທົ່ວໂລກຮອດປີ 2035.
