ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອີຢູ 2021 (ພາບ: Euractiv)

ທ່ານປະທານສະພາເອີຣົບ Charles Michel ໃຫ້ຮູ້ວ່າ ຫົວຂໍ້ຫຼັກໆທີ່ໄດ້ນຳມາປຶກສາຫາລືໃນກອງປະຊຸມສຸດຍອດ ອີຢູ ຄັ້ງນີ້ ລວມມີ ຍຸດທະສາດໃນການຈັດແບ່ງວັກຊິນ ໃຫ້ແກ່ບັນດາຄູ່ຮ່ວມມືໃນໂລກ, ນະໂຍບາຍຄົນເຂົ້າເມືອງ, ບັນດາມາດຕະການຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດ, ພ້ອມດ້ວຍບັນດາຫົວຂໍ້ກ່ຽວກັບການພົວພັນຕ່າງປະເທດທີ່ສຳຄັນອື່ນໆ ເຊິ່ງມີສ່ວນກ່ຽວຂ້ອງເຖິງ ຕວັກກີ, ລັດເຊຍ, ລີບີ, ເບລາຣຸດ. ເຖິງຢ່າງໃດກໍຕາມ, ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດ ອີຢູ ຄັ້ງນີ້ ແມ່ນ ຈະປຶກສາຫາລືກ່ຽວກັບຍຸດທະສາດໃໝ່ຂອງ ອີຢູ ໃນການພົວພັນກັບ ລັດເຊຍ.

ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ