ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: TTXVN) |
ກອງປະຊຸມສຸດຍອດ ກຸ່ມ 4 ປະເທດ Normandy ດຳເນີນໃນວັນທີ 9 ທັນວາ, ຢູ່ປາຣີປະເທດຝລັ່ງ ໄດ້ສິ້ນສຸດລົງ ດ້ວຍໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ພິເສດແມ່ນເລື່ອງການນຳບັນດາປະເທດ ລັດເຊຍ, ເຢຍລະມັນ, ຝລັ່ງ ແລະ ຢູແກຼນ ໄດ້ຮັບຮອງເອົາຖະແຫຼງການຮ່ວມ 3 ຈຸດລວມມີ: ຂໍ້ຕົກລົງ Minsk ກ່ຽວກັບ Donbass ສືບຕໍ່ ແມ່ນພື້ນຖານໃຫ້ແກ່ວຽກງານຂອງ ກຸ່ມ 4 ປະເທດ Normandy, ເພີ່ມເຕີມມາດຕາໃໝ່ກ່ຽວກັບການຈັດແບ່ງກຳລັງ ຢູ່ ເຂດ Donbass ກ່ອນທ້າຍເດືອນ ມີນາ 2020, ໃຫ້ຄຳໝັ້ນສັນຍາ ສະໜັບສະໜູນການປະຕິບັດລະບອບຢຸດຍິງ ຢູ່ Donbass ຈົນຮອດທ້າຍປີ ນີ້ ຢ່າງຮອບດ້ານ, ຮຽກຮ້ອງໃຫ້ບັນດາຝ່າຍ ຈັດຕັ້ງການແລກປ່ຽນຜູ້ຖືກກັກຕົວກ່ອນທ້າຍປີ 2019.

