ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ຈັດ​ວາ​ລະ​ປະ​ຊຸມ​ກຽມ ແລະ ໄຂ​ກອງ​ປະ​ຊຸມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 3 ສິງ​ຫາ, ຄ​າດ​ວ່າ​ຈະ​ອັດ​ລົງ​ໃນ​ວັນ​ທີ 24 ສິງ​ຫາ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ພົບ​ປະ​ເຊິ່ງ​ໜ້າ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ໂດຍ​ຈັດ​ເປັນ 2 ​ວາ​ລະ (ວາ​ລະ​ທີ 1 ແຕ່​ວັນ​ທີ 3 ສິງ​ຫາ ຫາ​ຕອນ​ເຊົ້າ​ວັນ​ທີ 13 ສິງ​ຫາ; ​ວາ​ລະ​ທີ 2 ແຕ່​ວັນ​ທີ 19 ຫາ​ວັນ​ທີ 24 ສິງ​ຫາ).

ໃນ​ກອງ​ປະ​ຊຸມ, ສະ​ພາ​ແຫ່ງ​ຊາດ​ກໍ​ພິ​ຈາ​ລະ​ນາ, ຕັດ​ສິນຫຼາຍ​ບັນ​ຫາ​ສຳ​ຄັນ, ຄື: ແຜນ​ນະ​ໂຍ​ບາຍ​ການລົງ​ທຶນ​ເຂົ້າ​ໂຄງ​ການ​ລົງ​ທຶນ​ກໍ່​ສ້າງ​ເສັ້ນ​ທາງ​ອ້ອມ​ຮອບ​ຕົວ​ເມືອງ​ເລກ 5 - ເຂດ​ນະ​ຄອນຫຼວງ ຮ່າ​ໂນ້ຍ; ດັດ​ປັບ​ແ​ຜນ​ນະ​ໂຍ​ບາຍ​ການ​ລົງ​ທຶນ​ເຂົ້າ​ໂຄງ​ການ​ລົງ​ທຶນ​ສ້າງ​ເສັ້ນ​ທາງ​ລົດ​ໄຟ ລາວ​ກາຍ - ຮ່າ​ໂນ້ຍ - ຫາຍ​ຟ່ອງ; ສ້າງ​​ຕັ້ງນະ​ຄອນ ກວາງ​ນິງ; ສ້າງ​ຕັ້ງ​ນະ​ຄອນ ບັກ​ນິງ; ບາງ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ໂຮງ​ງານ​ໄຟ​ຟ​້າ​ນິວ​ເຄຼຍ ນິງ​ທ້ວນ…