ງວດ​ທີ 1 ນັບ​ແຕ່​ວັ​ນ​ທີ 3 – 13 ສິງ​ຫາ, ງວດ​ທີ 2 ແຕ່​ວັນ​ທີ 19 – 24 ສິງ​ຫາ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ແຫ່ງ​ຊາດ​ຈະ​ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ກົດ​ໝາຍ, ມະ​ຕິນິ​ຕິ​ກຳ 19 ສະ​ບັບ; ພິ​ຈາ​ລະ​ນາ​ໃຫ້​ຄຳ​ເຫັນ​ເບື້ອງ​ຕົ້ນ​ສຳ​ລັບ 7 ຮ່າງ​ກົດ​ໝາຍ, ຕັດ​ສິນ 5 ເນື້ອ​ໃນ​ສຳ​ຄັນ​ຂຶ້ນ​ກັບ​ສິດ​ອຳ​ນາດ ແລະ ເນື້ອ​ໃນ​ອື່ນ. ມີ​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ກໍ​ຈະ​ໄດ້​ຍື່ນ​ສະ​ເໜີ, ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ ນິງ​ທ້ວນ; ກົດ​ໝາຍ​ວ່າ​ດ້ວຍ​ກາ​ນ​ພັດ​ທະ​ນາ​ຕົວ​ເມືອງ; ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ 9 ສະ​ບັບ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ; ແຜນ​ຮ່າງ​ສ້າງ​ຕັ້ງ​ນະ​ຄອນ ກວາງ​ນິງ ຂຶ້ນ​ກັບ​ສູນ​ກາງ… ສະ​ພາ​ແຫ່ງ​ຊາດ ຄາດ​ຄະ​ເນຈະ​ໃຫ້​ຄຳ​ເຫັນ​ຄັ້ງ​ທຳ​ອິດແກ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະ​ບັບ​ປັບ​ປຸງ); ກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະ​ບັບ​ປັບ​ປຸງ); ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ຍາ (ສະ​ບັບ​ປັບ​ປ​ງຸ)…

ນອກ​ຈາກ​ນັ້ນ​ແລ້ວ, ບັນ​ດາ​ຜູ້​ແທນ​ກໍ​ໄດ້​ປຶກ​ສາ​ຫາ​ລື, ຮັບ​ຮອງ​ເອົາຮ່າງ​ກົດ​ໝາຍ​ອື່ນໆ​ຕາມ​ຂັ້ນ​ຕອນ​ຂອງສະ​ໄໝປະ​ຊຸມ.