ສະມາຊິກກອງທະຫານຊ່າງແສງເລກ ຈຳນວນ 156 ຄົນ ເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ (ພາບ: qdnd.vn)

ກອງທະຫານຊ່າງແສງເລກ 1 ໄດ້ສະເໜີຕົວໃນວັນທີ 17 ມັງກອນ 2021. ນີ້ເປັນຄັ້ງທຳອິດ ທີ່ ຫວຽດນາມ ມີກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສປຊ ແລະ ນີ້ກໍແມ່ນກົມກອງມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ຂອງ ຫວຽດນາມ ທີ່ເຂົ້າຮ່ວມການຮັກສາສັນຕິພາບ ດ້ວຍຈຳນວນ 184 ຄົນ. ບັນດາສະມາຊິກໃນກົມກອງ ແມ່ນມາຈາກຫຼາຍອົງການ, ສຳນັກງານ, ກົມກອງຂອງກອງທັບ, ໃນນັ້ນຫຼັກແຫຼ່ງແມ່ນກຳລັງເຫຼົ່າທັບທະຫານຊ່າງແສງ, ເຫຼົ່າທັບທະຫານພິເສດ, ກົມຮັກສາສັນຕິພາບ ຫວຽດນາມ, ເຫຼົ່າທັບຕິດຕໍ່ສື່ສານ ແລະ ບັນດາກຳລັງເສນາຮັກໃນທົ່ວກອງທັບ.