ຮຸ່ງ​ເຊົ້າ​ວັນ​ທີ 10 ມິ​ຖຸ​ນາ ຕາມ​ເວ​ລາ ອີ​ຣານ, ກອງ​ທັບ ອ​າ​ເມ​ລິ​ກາ ໄດ້​ດຳ​ເນີນ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ ແນ​ໃສ່ ອີ​ຣານ ດ້ວຍ​ສາ​ເຫດ​ໂຕ້​ຕອບ​ຄືນ​ເລື່ອງ ເຕ​ເຮ​ຣານ ຍິງ​​ເຮືອ​ບິນ​ແຮ​ລີກ​ອັບ​ເຕທີ່​ບຸກ​ໂຈມ​ຕີ Apache ຂອງ​ທະ​ຫານ​ບົກ ອາ​ເມ​ລິ​ກາ ​ຕົກກ່ອນ​ນັ້ນ​ໜຶ່ງວັນ ຢູ່​ເຂດ​ນ່ານ​ຟ້າ​ຊ່ອງ​ແຄບ​ທະ​ເລ Hormuz. ກອງ​ບັນ​ຊາ​ການ​ສູນ​ກາງ ອາ​ເມ​ລິ​ກາ (CENTCOM) ຢັ້ງ​ຢືນ​ໃນ​ສື່​ສັງ​ຄົມ​ອອນ​ໄລ X ວ່າ ບັນ​ດາ​ກຳ​ລັງ ອາ​ເມ​ລິ​ກາ ໄດ້​ເລີ່ມ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ປ້ອງ​ກັນ​ຕົວ​ເລັ່ງ​ໃສ່ ອີ​ຣານ.

ສຳ​ນັກ​ຂ່າວ​ສານ Axios ໄດ້​ຄັດ​ສະ​ເໜີ​ຄຳ​ເຫັນ​ຂອງ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ທ່ານ​ໜຶ່ງ ໂດຍ​ໃຫ້​ຮູ້​ວ່າ ​ບັ້ນ​ບຸກ​ໂຈມ​ຕີ​ຄັ້ງຕ່າງໆ​ຂອງ ວໍ​ຊິງ​ຕັນ ​ເລັ່ງ​ໃສ່​ບັນ​ດາ​ລະ​ບົບ Radar ແລະ ປ້ອງ​ກັນ​ອາ​ກາດ​ຂອງ ອີ​ຣານ​ ຢູ່​ເຂດ​ອ້ອມ​ແອ້​ມ​ຊ່ອງ​ແຄບ​ທະ​ເລ Hormuz ແນ​ໃສ່​ເຮັດ​ໃຫ້​ກຳ​ລັງ​ຕິດ​ຕາມກວດ​ກາດ ແລະ ປ້ອງ​ກັນ​ຕ​ົວ​ຂອງ ເຕ​ເຮ​ຣານ ຢູ່​ເສັ້ນ​ທາງ​ທະ​ເລ​ຍຸດ​ທະ​ສາດ​ນີ້ຫຼຸດ​ລົງ.