ກອງ​ທັບ ​ອິດ​ສະ​ລາ​ແອັນ​ ​ກຽມ​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກແມ່ນ້ຳຈໍແດນ, ພາຍຫຼັງ​ເຫດ​ໃຊ້​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 24 ກໍ​ລະ​ກົດ, ຢູ່​ໝູ່​ບ້ານ​​ຂຶ້ນ​ກັບ​ນະ​ຄອນ Nablus ຢູ່​ທາງ​ທິດ​ເໜືອ​ເຂດ​ຝັ່ງ​ຕາ​ເວັນ​ຕົກ, ເຮັດ​ໃຫ້​ຊາວ​ປາ​ແລັດ​ສະ​ຕິນ 4 ຄົນ ແລະ ຊາວອິດ​ສະ​ລາ​ແອັນ 1 ຄົນ​ເສຍ​ຊີ​ວິດ. ຕາມ​ບັນ​ດາ​ເຈົ້າ​ໜ້າ​ທີ່ ປາ​ແລັດ​ສະ​ຕິນ ທ້ອງ​ຖິ່ນ​ແລ້ວ, ບັນ​ດາ​ຜູ້​ຕັ້ງ​ຖິ່ນ​ຖານ​ໄດ້​ເຂົ້າໄປ​ໝູ່​ບ້ານ, ຫຼັງ​ຈາກ​ນັ້​ນ ກໍ່​ເກີດ​ການ​ປະ​ທະ​ກັນ​ກັບ ຊາວ​ປາ​ແລັດ​ສະ​ຕິນ. ໃນ​ຂະ​ນະ​ນັ້ນ, ກອງ​ທັບ ​ອິດ​ສະ​ລາ​ແອັນ ຖື​ວ່າ ຊາວ​ປາ​ແລັດ​ສະ​ຕິນ​ ໄດ້​ເອົາ​ປືນ​ຂອງ​ຜູ້​ຕັ້ງ​ຖິ່ນ​ຖານ ແລະ ​ຍິງ​ໃສ່​ກຸ່ມ​ນີ້, ເຮັດ​ໃຫ້​ຊາວ​ອິດ​ສະ​ລາ​ແອັນ ​1 ​ຄົນ​ເສຍ​ຊີ​ວິດ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ປາ​ແລັດ​ສະ​ຕິນ ​ຢັ້ງ​ຢືນ ມີ​ຊາວ​ປາ​ແລັດ​ສະ​ຕິນ 4 ຄົນ​ຖືກກອງ​ທັບ​ ອິດສະ​ລາ​ແອັນ​ ຍິງ​ເສຍ​ຊີ​ວິດ. ການ​ປະ​ທະ​ກັນ​​ເຮັດ​ໃຫ້ ຊາວ​ອິດ​ສະ​ລາ​ແອັນ 2 ຄົນ ແລະ ປາ​ແລັດ​ສະ​ຕິນ 4 ຄົ​ນ​ໄດ້​ຮັບ​ບາດ​ເຈັບ.

ພາຍຫຼັງ​ເຫດກ​ານ, ທ່ານ​ Benjamin Netanyahu ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ລາ​ແອັນ ມີ​ຄຳ​ສັ່ງ​ໃຫ້​ກອງ​ທັບ​ເຄື່ອນໄຫວ​ດ້ວຍ​ກຳ​ລັງ​ແຮງ​ຢ່າງ​ພຽງພໍ ແລະ ປະ​ຕິ​ບັດບັນ​ດາ​ມາດ​ຕະ​ການ​ທີ່​ແຮງ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ” ລວມ​ມີ ​ການ​ທຳ​ລາຍ​ເຮືອນ​ຢູ່​ຂອງ ຊາວ​ປາ​ແລັດ​ສະ​ຕິນ ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ຢູ່​ໃກ້​ໝູ່​ບ້ານ Tal, ເກັບ​ຄືນ​ໃບ​ອະ​ນຸ​ຍາດ​ແຮງ​ງານ​ຢູ່​ບັນ​ດາ​ໝູ່​ບ້ານ ປາ​ແລັດ​ສະ​ຕິນ ທີ່​ໄດ້​ຮັບ​ຖື​ວ່າ ເປັນຈຸດ​ຮ້ອນ​ການ​ກໍ່​ກ​ານ​ຮ້າຍ, ເພີ່ມ​ທະ​ວີ​ກຳ​ລັງ ​ອິດ​ສະ​ລາ​ແອັນ ​ໃນ​ທົ່ວ​ເຂດ​ຝັ່ງ​ທາງ​ທິດ​ຕ​າ​ເວັນ​ຕົກ ແລະ ສ້າງ​ບັນ​ດາ​ປ້ອມ​ຄວບ​ຄຸມ​ຂຶ້ນ.