ກອງທັບ ອິດສະລາແອັນ ກຽມເປີດບັ້ນບຸກໂຈມຕີຂອບຂະໜາດໃຫຍ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ພາຍຫຼັງເຫດໃຊ້ຄວາມຮຸນແຮງທີ່ເກີດຂຶ້ນໃນວັນທີ 24 ກໍລະກົດ, ຢູ່ໝູ່ບ້ານຂຶ້ນກັບນະຄອນ Nablus ຢູ່ທາງທິດເໜືອເຂດຝັ່ງຕາເວັນຕົກ, ເຮັດໃຫ້ຊາວປາແລັດສະຕິນ 4 ຄົນ ແລະ ຊາວອິດສະລາແອັນ 1 ຄົນເສຍຊີວິດ. ຕາມບັນດາເຈົ້າໜ້າທີ່ ປາແລັດສະຕິນ ທ້ອງຖິ່ນແລ້ວ, ບັນດາຜູ້ຕັ້ງຖິ່ນຖານໄດ້ເຂົ້າໄປໝູ່ບ້ານ, ຫຼັງຈາກນັ້ນ ກໍ່ເກີດການປະທະກັນກັບ ຊາວປາແລັດສະຕິນ. ໃນຂະນະນັ້ນ, ກອງທັບ ອິດສະລາແອັນ ຖືວ່າ ຊາວປາແລັດສະຕິນ ໄດ້ເອົາປືນຂອງຜູ້ຕັ້ງຖິ່ນຖານ ແລະ ຍິງໃສ່ກຸ່ມນີ້, ເຮັດໃຫ້ຊາວອິດສະລາແອັນ 1 ຄົນເສຍຊີວິດ. ກະຊວງສາທາລະນະສຸກ ປາແລັດສະຕິນ ຢັ້ງຢືນ ມີຊາວປາແລັດສະຕິນ 4 ຄົນຖືກກອງທັບ ອິດສະລາແອັນ ຍິງເສຍຊີວິດ. ການປະທະກັນເຮັດໃຫ້ ຊາວອິດສະລາແອັນ 2 ຄົນ ແລະ ປາແລັດສະຕິນ 4 ຄົນໄດ້ຮັບບາດເຈັບ.
ພາຍຫຼັງເຫດການ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະລາແອັນ ມີຄຳສັ່ງໃຫ້ກອງທັບເຄື່ອນໄຫວດ້ວຍກຳລັງແຮງຢ່າງພຽງພໍ ແລະ ປະຕິບັດບັນດາມາດຕະການທີ່ແຮງເພື່ອຕ້ານການກໍ່ການຮ້າຍ” ລວມມີ ການທຳລາຍເຮືອນຢູ່ຂອງ ຊາວປາແລັດສະຕິນ ທີ່ກ່ຽວຂ້ອງເຖິງເຫດການຢູ່ໃກ້ໝູ່ບ້ານ Tal, ເກັບຄືນໃບອະນຸຍາດແຮງງານຢູ່ບັນດາໝູ່ບ້ານ ປາແລັດສະຕິນ ທີ່ໄດ້ຮັບຖືວ່າ ເປັນຈຸດຮ້ອນການກໍ່ການຮ້າຍ, ເພີ່ມທະວີກຳລັງ ອິດສະລາແອັນ ໃນທົ່ວເຂດຝັ່ງທາງທິດຕາເວັນຕົກ ແລະ ສ້າງບັນດາປ້ອມຄວບຄຸມຂຶ້ນ.
