ກອງ​ໜ້າ​ຊາວ ອັງ​ກິດ Harry Kane ພວມ​ເປັນ​ນັກ​​ແຕະ​ບານ​ໃຫ້​ສະ​ໂມ​ສອນ Bayem Munich (ປະ​ເທດ ເຢຍ​ລະ​ມັນ​) ຍາດ​ໄດ້​ນາມ​ມະ​ຍົດ​ໝາກ​ບານ​ຄຳ 2026ຢູ່ Gala ໝາກ​ບານ​ຄຳ 2026, ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ຕຸ​ລາ (ຕາມ​ເວລາ ຮ່າ​ໂນ້ຍ​), ຢູ່ ໂຮງ​ລະ​ຄອນ London Palladium, ປະ​ເທດ ອັງ​ກິດ​. ກ່ອນ​ໜ້າ​ນັ້ນ​, Harry Kane ຄ້ວາ​ໄດ້​ລາງ​ວັນ Gerd Muller ທີ່​ສະ​ຫງວນ​ໃຫ້​ກອງ​ໜ້າ​ຊາຍ​ດີ​ ທີ​ສຸດ​ໃນ​ປີ 2026. ໃນ​ປີ​ຜ່ານ​ມາ​, Kane ຍິງ​ໄດ້ 73 ປະ​ຕູ ໃນ​ການ​ແຂ່ງ​ຂັນ 65 ນັດ​ໃຫ້​ແກ່​ສະ​ໂມ​ສອນ ແລະ ທິມ​ຊາດ​ບານ​ເຕະ ອັງ​ກິດ​. ແບ່ງ​ປັນ​​ໃນ​ເວລາ​ຮັບ​ລາງ​ວັນ​, Harry Kane ໃຫ້​ຮູ້​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນ​ດາ​ຜູ້​​ທີ່​ໄດ້​ປະ​ກອບ​ສ່ວນ ​ພາ​ໃຫ້​ລາວ​ໄ​ດ້​ຮັບ​ຜົນ​ສຳ​ເລັດ​​, ຄື​: ​ບັນ​ດາ​ນັກ​ເຕະ​ບານ​ຢູ່ Bayem Munich, ທິມ​ຊາດ​ບານ​ເຕະ ອັງ​ກິດ​, ສະ​ໂມ​ສອນ Tottenham ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພໍ່​ແມ່​, ເມຍ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ຕົນ​.