(ພາບ:TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈິ້ງຫວຽດຮຸ່ງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສະເໜີ 4 ທິດທາງການຮ່ວມມື, ລວມມີ: ສ້າງບັນດາລະບົບມູນຄ່າກະສິກຳ - ສະບຽງອາຫານ ມີຄວາມສາມາດທົນທານ ແລະ ເຊື່ອມຕໍ່ແໜ້ນແຟ້ນກ່ວາ; ຊຸກຍູ້ການປ່ຽນໃໝ່ ແລະ ການຫັນເປັນດີຈີຕອນຢ່າງແຮງ, ສ້າງເງື່ອນໄຂເພື່ອໃຫ້ເຕັກໂນໂລຊີທີ່ກ້າວໜ້າຄື ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data), ເຕັກໂນໂລຊີຊີວະສາດ ແລະ ກະສິກຳຊັດເຈນ (precision agriculture) ໄດ້ຫຍັບເຂົ້າໃກ້ກັບຊາວກະສິກອນຫຼາຍກວ່າ; ລະດົມບັນດາແຫຼ່ງກຳລັງລົງທຶນ ແລະ ການເງິນປ່ຽນແປງໃໝ່ ເພື່ອທະວີຄູນບັນດາຮູບແບບການທົດລອງກາຍເປັນມາດຕະການທີ່ມີຂອບຂະໜາດໃຫຍ່; ແລະ ເພີ່ມທະວີການແບ່ງປັນພູມປັນຍາ; ສ້າງກຳລັງຄວາມສາມາດ ແລະ ຮ່ວມມືແໜ້ນແຟ້ນລະຫວ່າງບັນດາເວທີປາໄສ APEC.
ທ່ານລັດຖະມົນຕີ ຈິ້ງຫວຽດຮຸ່ງ ຮຽກຮ້ອງໃຫ້ບັນດາພື້ນຖານເສດຖະກິດສະມາຊິກ ມຸ່ງໄປເຖິງ 3 ການຫັນປ່ຽນທີ່ມີລັກສະນະກ້າວກະໂດດຄື: ຫັນຈາກກະສິກຳດີຈີຕອນ ໄປເປັນລະບົບກະສິກຳ - ສະບຽງອາຫານດີຈີຕອນ; ຈາກບັນດາການທົດລອງເຕັກໂນໂລຊີແບບຍ່ອຍໄປເປັນມາດຕະການທີ່ອາດຈະທະວີຄູນໄດ້; ແລະ ຈາກນະວັດຕະກຳແບບຍ່ອຍ ໄປເປັນການສ້າງເຄືອຂ່າຍຄູ່ຮ່ວມມືນະວັດຕະກຳ APEC.
