ຕອນ​ເຊົ້າ​ວັນ​ທີ 23 ກໍ​ລະ​ກົດ, ຢູ່ ຮ່າ​ໂນ້ຍ, ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີກວ່າ 300 ຄົນ​ໄດ​້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕອບ​ບຸນ​ແທນ​ຄຸນ​ຜູ້​ມີ​ຄຸນ​ງານ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ທົ່ວ​ປະ​ເທດ​ປີ 2026. ເຫດ​ການ​ໂດຍ​ກະ​ຊວງ​ພາຍ​ໃນ ສົມ​ທົບ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວງ​ຕຳ​ຫຼວດ, ໜັງ​ສື​ພິມ​ປະ​ຊາ​ຊົນ, ​ສະ​ຖາ​ນີໂທ​ລະ​ພາບ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ຈັດ​ຂຶ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ ເນື່ອງ​ໃນ​ໂອ​ກາດວັນ​ຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026), ແລະ ກໍ່​ແມ່ນ​ປີ​ທີ 3 ຢ່າງ​ລຽນ​ຕິດ​ທີ່​ເຫດ​ການ​ໄດ້​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ.

“ຂ້າ​ພະ​ເຈົ້​າ​ແມ່ນ ຫງວຽນ​ທິ​ບາ ຢູ່ ບິ່ງ​ທ້ວນ (ປະ​ຈຸ​ບັ​ນ​ແມ່ນ ເລິມ​ດົ່ງ). ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄອບ​ຄົວ​ມີ​ແມ່ ຫວຽດ​ນາມ ວິ​ລະ​ຊົນ ແລະ ພໍ່, ແມ່​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ. ຂ້າ​ພະ​ເຈົ້າ​ເອງ​ແມ່ນ​ທະ​ຫານ​ເສຍ​ອົງ​ຄະ, ຕິດ​​ແປດທາດ​ພິດ​ສີ​ສົ້ມ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເປັນ​ກຽດ​​ທີ່ໄດ້​ໄປ​ນະ​ຄອນຫຼວງ ຮ່າ​ໂນ້ຍ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ”.

“ຂ້າ​ພະ​ເຈົ້າ​ແມ່ນ ຟ້າມ​ກົງ​ຕຽນ, ບ້ານ​ເກີດ​ຢູ່​ແຂວງ ຮຶງ​ອຽນ. ຂ້າ​ພະ​ເຈົ້າ​ແມ່ນ​ທະ​ຫານ​ເຈັບ​ປ່ວຍ ¾. ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕອບ​ບຸນ​ແທນ​ຄຸ​ນ​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ທົ່ວ​ປະ​ເທດ​ໃນ​ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ແລະ ເຊື່ອ​ໝັ້ນ​ວ່າ ລຸ້ນ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ ຈະ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາມ”.

ແລະ​ກໍ່​ເນື່ອງ​ໃນ​ໂອ​ກາດນີ້, ຢູ່​ນະ​ຄອນ ໂຮ່​ຈ​ີ​ມິນ, ກົມຟິມ​ຮູ​ບ​ເງົາ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ​ ແລະ ທ່ອງ​ທ່ຽວ) ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ​ນະ​ຄອນ ຈັດ​ພິ​ທີ​ໄຂ​ສັບ​ປະ​ດາ​ຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ ທາງ​ພາກ​ໃຕ້ ຫວຽດ​ນາມ.