ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນເປີດກອງປະຊຸມ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບການສ້າງກົດໝາຍ ແລະ ບັນດາບັນຫາເສດຖະກິດ - ສັງຄົມ; ໃຫ້ຄຳເຫັນກ່ຽວກັບຮ່າງ ໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດໃນປີ 2023; ລາຍງານ ໝາກຜົນການຕິດຕາມກວດກາຕາມຫົວຂໍ້ “ການປະຕິບັດນະໂຍບາຍ ແລະ ກົດໝາຍກ່ຽວກັບວຽກງານວາງແຜນກຳນົດ ນັບແຕ່ກົດໝາຍວ່າດ້ວຍແຜນການມີຜົນສັກສິດ…..

ຄະນະປະຈຳສະພາແຫ່ງຊາດຍັງຈະປະກອບຄຳເຫັນໃສ່ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ; ພິຈາລະນາ, ຕົກລົງ ຈໍານວນ ສະມາຊິກຂອງຄະນະກໍາມະການໄອຍະການ ອົງການໄອຍະການປະຊາຊົນສູງສຸດ.