
ກອງປະຊຸມຄັ້ງທີ 11ຄະນະປະທານຄະນະກຳມະການ
ສູນກາງແນວໂຮມປະເທດຊາດຫວຽດນາມ
“ກອງປະຊຸມຄະນະປະທານດຳເນີນໄປໃນຈຸດເວລາສຳຄັນທີ່ສຸດ. ເພື່ອຕີລາຄາ 2 ປີແຫ່ງການຜັນຂະຫຍາຍວຽກງານແນວໂຮມທົ່ວປະເທດ ພາຍຫຼັງກອງປະຊຸມໃຫຍ່ແນວໂຮມປະເທດຊາດຄັ້ງທີ VIII. ນີ້ແມ່ນພື້ນຖານເພື່ອວາງແຜນເນື້ອໃນການເຄື່ອນໄຫວຂອງແນວໂຮມໃນ 3 ປີທີ່ຍັງເຫຼືອ. ພິເສດກອງປະຊຸມຄັ້ງນີ້ດຳເນີນໄປໃນຈຸດເວລາທີ່ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຜັນຂະຫຍາຍບັນດາມະຕິຂອງກອງປະຊຸມສູນກາງຄັ້ງທີ XII ຢ່າງແຮງ“.
ໃນວັນທີ 3 ແລະ ວັນທີ 4/1, ຄະນະປະທານຈະປະຊຸມ ແລະ ແລກປ່ຽນບັນດາເນື້ອໃນຕົ້ນຕໍເຊັ່ນ: ຮ່າງບົດລາຍງານສະຫຼຸບປີ 2016, ລາຍການສົມທົບກັນກະທຳຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ປີ 2017; ລາຍການດຳເນີນງານຂອງ ແນວໂຮມປະເທດຊາດ ຫວຽດນາມໃນການປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ XII; ການປະຕິບັດວຽກງານບຸກຄະລາກອນ; ລາຍງານບັນດາຫົວເລື່ອງສະເພາະຄື: ວຽກງານແຂ່ງຂັນ, ຍ້ອງຍໍ, ລາຍງານກ່ຽວກັບສະພາບຊາວ ຫວຽດນາມ ຢູ່ຕ່າງປະເທດ.
