ກອງປະຊຸມຄັ້ງທີ 4 ສະພາທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະສູນກາງ |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງສາດສະດາຈານ, ປ.ອ ຫງວຽນເທ້ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານ ສະພາທິດສະດີ, ຕຳນິວິຈານວັນນະຄະດີ, ສິລະປະສູນກາງໃຫ້ຮູ້ວ່າ : ໄລຍະທີ່ຜ່ານມາ, ທາງສະພາໄດ້ເປັນເຈົ້າການຜັນຂະຫຍາຍບັນດາການເຄື່ອນໄຫວຄົ້ນຄ້ວາທິດສະດີ, ກຳແໜ້ນພຶດຕິກຳຕົວຈິງ, ໃຫ້ຄຳປຶກສາຢ່າງທັນການໃນການຊ່ວຍຜູ້ປະຈຳການຄະນະເລຂາສູນກາງພັກ, ຜູ້ປະຈຳການລັດຖະບານ ແລະ ການນຳຄະນະໂຄສະນາສຶກສາສູນກາງພັກກ່ຽວກັບບັນດາບັນຫາທີ່ຂຶ້ນກັບທິດສະດີ, ຕຳໜິວິຈານວັນນະຄະດີ, ສິລະປະ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາວຽກງານທີ່ໄດ້ຜັນຂະຫຍາຍໃນໄລຍະທີ່ຜ່ານມາ, ຕີລາຄາບັນດາວຽກງານທີ່ໄດ້ເຮັດ ແລະ ຍັງບໍ່ທັນເຮັດໄດ້, ຊີ້ແຈ້ງເຖິງສາຍເຫດ ແລະ ວິທີການແກ້ໄຂ. ພ້ອມທັງວາງອອກບັນດາມາດຕະການເພື່ອຜັນຂະຫຍາຍແຜນການປະຕິບັດງານໄລຍະ 6 ເດືອນທ້າຍປີ.

