ກອງປະຊຸມໄດ້ວາງອອກເປົ້າໝາຍລະດົມການໜູນຊ່ວຍໃຫ້ຫຼາຍກວ່າອີກ ເພື່ອຊ່ວຍປະຊາຄົມສາກົນ ໃນການສະໜັບສະໜູນປະຊາຊົນຊີຣີ ແລະ ຊອກຫາມາດຕະການທາງການເມືອງຢ່າງຍາວນານໃຫ້ແກ່ວິກິດການເຊິ່ງປະເທດນີ້ພວມປະເຊີນໜ້າ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈະຢືນຢັນຄືນໃໝ່ການສະໜັບສະໜູນດ້ານການເມືອງ ແລະ ການເງິນຂອງປະຊາຄົມສາກົນ ສຳລັບບັນດາປະເທດບ້ານໃກ້ເຮືອນຄຽງຂອງຊີຣີ, ພິເສດແມ່ນ ລີບັງ, ຈໍແດນ ແລະ ຕວກກີ, ກໍຄືບັນດາຄວາມມານະພະຍາຍາມເຊິ່ງອີຣັກ ແລະ ອີຢິບ ພວມຜັນຂະຫຍາຍ.