|
ທ່ານ Taro Kono, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່່ນ (ພາບ: EPA/TTXVN) |
ລັດຖະມົນຕີການຕ່າງປະເທດ ບັນດາປະເທດຕ່າງໆ ໄດ້ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ. ທ່ານ Taro Kono, ລັດຖະມົນຕີການຕ່າງປະເທດ ຍີ່ປຸ່່ນ ຈະຮຽກຮ້ອງບັນດາປະເທດເຂົ້າຮ່ວມກອງປະຊຸມເພີ່ມຄວາມກົດດັນເພື່ອໃຫ້ພຽງຢາງ ປະລະໂຄງການລູກສອນໄຟນຳວິຖີ ແລະ ນິວເຄຼຍຂອງປະເທດນີ້, ກໍ່ຄືແກ້ໄຂບັນຫາ ສປປ ເກົາຫຼີ ລອບຈັບຕົວພົນລະເມືອງ ຍີ່ປຸ່ນ ໃນອະດີດຕະການ.
ນອກນັ້ນ, ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ຈະແລກປ່ຽນທັດສະນະກ່ຽວກັບຂົງເຂດຮ່ວມມືດ້ານການເງິນ, ແງ່ຫວັງສ້າງສັນຍາການຄ້າເສລີເປັນຮູບປະທຳດ້ວຍພາກສ່ວນເຂົ້າຮ່ວມແມ່ນ 13 ປະເທດດັ່ງກ່າວ ພ້ອມກັບ ອົດສະຕາລີ, ນິວຊີແລນ ແລະ ອິນເດຍ.

