ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັນແຖວໜ້າໂລກ (G20) ໄດ້ສິ້ນສຸດລົງໃນທີ 31 ຕຸລາ, ຢູ່ນະຄອນ Atlanta, ອາເມລິກາ. ພາຍຫຼັງດຳເນີນການປຶກສາຫາລືເປັນເວລາສອງວັນ, ບັນດາລັດຖະມົນຕີການຕ່າງປະເທດ G20 ບໍ່ສາມາດບັນລຸຄວາມເຫັນດີເຫັນພ້ອມຫຼັກໝັ້ນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງທົ່ວໂລກສຳຄັນ. ແທນທີ່ຈະອອກຖະແຫຼງການຮ່ວມໂດຍສະມາຊິກທັງໝົດຮັບຮອງເອົາ, ອາເມລິກາ, ໃນຖານະເປັນປະທານກຸ່ມ G20, ໄດ້ຍົກອອກບົດສະຫລຸບຂອງປະເທດເຈົ້າພາບ ໂດຍເຕື້ອງເຖິງບັນດາບຸລິມະສິດ, ຄື: ຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນສະບຽງອາຫານ, ຄວາມເສລີພາບໃນການເດີນເຮືອ... ແຕ່ບໍ່ໄດ້ປະກາດຂໍ້ຕົກລົງໃໝ່ໂດຍລະອຽດ.
ຄວາມບໍ່ລົງລອຍກັນໃຫຍ່ທີ່ສຸດໃນກອງປະຊຸມແມ່ນກ່ຽວຂ້ອງເຖິງການປະທະກັນລະຫວ່າງ ຢູແກຼນ ແລະ ການເຂົ້າຮ່ວມຂອງທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ, ຕາມການເຊື້ອເຊີນຂອງທ່ານ Rubio, ລັດຖະມົນຕີການຕ່າງປະເທດ ອາເມລິກາ.
ເຖິງແມ່ນວ່າບໍ່ບັນລຸໄດ້ຖະແຫຼງການຮ່ວມກໍ່ຕາມ, ແຕ່ບັນດາປະເທດທີ່ເຂົ້າຮ່ວມຍັງເຫັນດີຈະສືບຕໍ່ຄວາມພະຍາຍາມ ເພື່ອຮັດແຄບຄວາມແຕກຕ່າງ, ມຸ່ງໄປເຖິງກອງປະຊຸມສຸດຍອດ G20 ທີ່ຄາດວ່າຈະຈັດຂຶ້ນຢູ່ Miami ໃນເດືອນ ທັນວາ 2026.
