ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: THX/TTXVN) |
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສົ່ງສານທີ່ວ່າ “ລັດທິປົກປ້ອງບໍ່ແມ່ນຄຳຕອບ” ໃຫ້ບັນດາບັນຫາຂອງໂລກ. ໃນບົດກ່າວປາໄສກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ມາເຖິງ Davos ເປັນເວລາ 1 ວັນ, ທ່ານນາງ Merkel ໄດ້ຊີ້ແຈ້ງບັນດານະໂຍບາຍປິດປະຕູ ຫຼື ການຢູ່ໂດດດ່ຽວ ຈະບໍ່ນຳມາເຊິ່ງອະນາຄົດອັນດີງາມກ່ວາໃຫ້ບັນດາປະເທດ. ທ່ານນາງ Merkel ກໍ່ໃຫ້ຮູ້ວ່າ ຝະຣັ່ງ ແລະ ເຢຍລະມັນ ພວມຊຸກຍູ້ກົນໄກພາສີອາກອນວິສາຫະກິດຮ່ວມໃຫ້ສະຫະພາບ ເອີຣົບ (ອີຢູ).
ຕາມແຜນການແລ້ວ, ທ່ານປະທານາທິບໍດີ Trump ຈະມີບົດກ່າວປາໄສອັດກອງປະຊຸມໃນວັນທີ 26 ມັງກອນ.

