|
(ພາບ: Vietnam+) |
ກ່າວຄຳເຫັນສະຫຼຸບ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນລັດເຊຍ ຫງວຽນແທງເຊີນ, ເລຂາຄະນະພັກຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອົງການ, ຮາກຖານພັກ ໃນໄລຍະຜ່ານມາ, ປະກອບສ່ວນສຳຄັນຊຸກຍູ້ບັນດາຂະບວນການໃນນັກສຶກສາປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ. ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ຫງວຽນແທງເຊີນ ສະເໜີໃຫ້ບັນດາສະມາຊິກພັກ ສືບຕໍ່ມານະພະຍາຍາມສູ້ຊົນຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແນວຄິດການເມືອງ ເພື່ອປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

