(ກອງປະຊຸມສຳມະນາວິທະຍາສາດ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ”) |
ສູນຄົ້ນຄວ້າ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ສູນວາງສະແດງວັດທະນະທຳສິລະປະຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ”. ມີບົດທາບທາມຄວາມເຫັນເກືອບ 30 ບົດທີ່ໄດ້ສະເໜີ ແລະ ຝາກເຖິງກອງປະຊຸມສຳມະນາ ເຕື້ອງເຖິງຄຸນຄ່າດ້ານຂໍ້ມູນຂ່າວສານ ແລະ ມີລັກສະນະສື່ມວນຊົນໃນບັນດາຈົດໝາຍໄລຍະສົງຄາມຫວຽດນາມ; ບັນດາຈົດໝາຍໃນໄລຍະສົງຄາມໄດ້ກາຍເປັນມໍລະດົກໃນອະນາຄົດ; ຊອກຮູ້ປະຫວັດສາດ ແລະ ສົງຄາມຜ່ານບັນດາຈົດໝາຍໄລຍະສົງຄາມ… ພ້ອມກັນນັ້ນກໍ່ມີບັນດາເລື່ອງລາວທີ່ໜ້າຕື້ນຕັນໃຈກ່ຽວກັບຄວາມຮັກຕໍ່ປະເທດຊາດ, ຄວາມຮັກຂອງຄູ່ບາວຊາວໃນໄລຍະສົງຄາມ, ນ້ຳໃຈລະຫວ່າງທະຫານ ແລະ ປະຊາຊົນໃນໄລຍະສົງຄາມ.

