ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ກອງປະຊຸມໄດ້ເຕົ້າໂຮມບັນດານັກຫວຽດນາມວິທະຍາລຸ້ນຕ່າງໆເກືອບທັງໝົດ. ທີ່ກອງປະຊຸມສຳມະນາ, ບັນດາບົດປະກອບຄຳເຫັນທີ່ໄດ້ເວົ້າເຖິງດ້ວຍເນື້ອໃນຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຍົກອອກສະພາບການກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຢ່າງຮອບດ້ານ.

ທີ່ການປະຊຸມຂ່າວກ່ອນທີ່ດຳເນີນກອງປະຊຸມສຳມະນາ, ທ່ານຫົວໜ້າສະຖາບັນຕາເວັນອອກໄກ Sergey Luzianin ມີຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມ ສະຫະພັນ ລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນໄລຍະຈະມາເຖິງ ຈະເຮັດໃຫ້ມີຄຸນນະພາບ, ມີຄວາມຮັບຜິດຊອບເລິກເຊິ່ງຕື່ມອີກ ກ່ຽວກັບດ້ານເສດຖະກິດ, ການເມືອງ, ມະນຸດສະທຳ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

ເຊິ່ງແມ່ນໜຶ່ງໃນບັນດານັກຊ່ຽວຊານແຖວໜ້າຂອງສະຫະພັນ ລັດເຊຍ ທີ່ຄົ້ນຄວ້າກ່ຽວກັບ ຫວຽດນາມ, ທ່ານຫົວໜ້າສະຖາບັນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນ Vladimir Mazyrin ກໍ່ແຈ້ງໃຫ້ສື່ມວນຊົນລັດເຊຍຮັບຊາບ ກ່ຽວກັບຈຸດທີ່ເປັນເອກະລັກສະເພາະຂອງລະບົບການເມືອງຢູ່ ຫວຽດນາມ ດ້ວຍບົດບາດຊີ້ນຳນຳພາຢ່າງຮອບດ້ານຂອງພັກກອມມູນິດ.