ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ |
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນສືບຕໍ່ປຶກສາຫາລືກ່ຽວກັບຂອບເຂດການປັບປຸງຂອງຮ່າງກົດໝາຍ. ທ່ານ ຫງວຽນຈ້ອງທ້າຍ, ຫົວໜ້າພະແນກຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ກົມເຕັກໂນໂລຢີຂໍ້ມູນຂ່າວສານ ກອງເສນາທິການໃຫຍ່, ກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ : ປະຈຸບັນ, ການສວຍໃຊ້ທາງເຄືອຂ່າຍອິນເຕີເນັດທີ່ພາໄປເຖິງສະພາບຂາດຄວາມປອດໄພທາງເຄືອຂ່າຍອິນເຕີເນັດແມ່ນໄດ້ເກີດຂຶ້ນຢ່າງແຜ່ຫຼາຍ, ດັ່ງນັ້ນ, ກົດໝາຍຕ້ອງເຮັດແຈ້ງເນື້ອໃນຂອງ ເຄືອຂ່າຍອິນເຕີເນັດທີີ່ຂຶ້ນກັບຂອບເຂດດັດປັບຂອງກົດໝາຍໃດໆເພື່ອມີການຄຸ້ມຄອງ, ປັບປຸງຢ່າງໜັກແໜ້ນ.

