ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາ ໄດ້ເນັ້ນໜັກວ່າ ໃນສະພາບການໃໝ່ ພວມວາງອອກສິ່ງທ້າທາຍບໍ່ແມ່ນໜ້ອຍໃຫ້ແກ່ຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ຊຸກຍູ້ການພົວພັນເສດຖະກິດກັບ ອາເມລິກາ. ດັ່ງນັ້ນ, ຫວຽດນາມ ຄວນເອົາໃຈໃສ່ເຖິງບາງບັນຫາຄື: ສ້າງລະບົບກົດໝາຍກ່ຽວກັບການຄ້າສາກົນໃຫ້ສໍາເລັດ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດ ຫວຽດນາມ ຄວນປະຕິຮູບຂັ້ນຕອນການຜະລິດຕາມທິດລົງທຶນນໍາເຂົ້າເຕັກໂນໂລຢີ. ລັດຖະບານ ແລະ ບັນດາວິສາຫະກິດ ຫວຽດນາມ ຕ້ອງເປັນເຈົ້າການຊອກຫາບັນດາຕະຫລາດໃໝ່ໃຫ້ແກ່ສິນຄ້າສົ່ງອອກ, ຫລຸດຜ່ອນການເອື່ອຍອີງໃສ່ຕະຫລາດໃຫຍ່.