(ພາບ: TTXVN)
ວັນທີ 23 ຕຸລາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບອາຍຸການປະຕິບັດງານຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຂອງກອງທະຫານຊ່າງແສງເລກ 4 ແລະ ໂຮງໝໍກາງສະໜາມລະດັບ 2 ເລກ 7, ຕາມຮູບແບບເຊິ່ງໜ້າຢູ່ ຮ່າໂນ້ຍ ສົມທົບກັບທາງໄກ.
ທ່ານພົນຈັດຕະວາ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ໃຫ້ຮູ້ວ່າ ກອງທະຫານຊ່າງແສງເລກ 4 ໄດ້ປະຕິບັດໜ້າທີ່ດ້ານວິຊາສະເພາະຂອງຕົນສຳເລັດຢ່າງດີເດັ່ນ. ພິເສດ, ກົມກອງໄດ້ປະຕິບັດສຳເລັດການສ້ອມແປງ, ຍົກລະດັບເສັ້ນທາງຈາກສຳນັກງານ UNISFA ໄປຫາເມືອງ Agok (ເຂດ Abyei - ເຂດເກີດການຂັດແຍ້ງລະຫວ່າງ ຊູດັງ ແລະ ຊູດັງໃຕ້). ໂຮງໝໍກາງສະໜາມລະດັບ 2 ເລກ 7 ໄດ້ປະຕິບັດໜ້າທີ່ໃນວຽກງານຢູ່ຄະນະປະຕິບັດງານເປັນຢ່າງດີ, ດ້ວຍຜົນງານທີ່ວ່າ: ໄດ້ຮັບ ແລະ ປິ່ນປົວຄົນເຈັບຫຼາຍກວ່າ 2,200 ເທື່ອຄົນ, ໂດຍແມ່ນພະນັກງານສະຫະປະຊາຊາດ ແລະ ຊາວທ້ອງຖິ່ນ.
