(ພາບ: AP/Abdulnasser Alseddik)
ວັນທີ 14 ສິງຫາ, ກອງທັບ ເຢແມນ ໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ແລະ ອາວຸດທັນສະໄໝເພື່ອບຸກໂຈມຕີບັນດາສະຖານທີ່ເຕົ້າໂຮມ ແລະ ພາຫະນະຂອງບັນດາກຳລັງ ຮູທີ ຢູ່ແຂວງ Al-Jawf. ການປະທະກັນລະຫວ່າງ 2 ຝ່າຍກໍເກີດຂຶ້ນຢູ່ທາງທິດຕາເວັນອອກນະຄອນທ່າກຳປັ່ນ Mokha.
ຕາມການນຳທ່ານໜຶ່ງຂອງວິທະຍາຄານປ້ອງກັນອາກາດ ແລະ ທະຫານອາກາດ ເຢແມນ, ປະຈຸບັນກອງທັບ ເຢແມນ ໄດ້ເພີ່ມທະວີການນຳໃຊ້ເຮືອບິນບໍ່ມີຄົນຂັບ, ເພື່ອເປີດກວ້າງຄວາມສາມາດຕໍ່ສູ້, ພິເສດແມ່ນການສອດແນມ, ຕິດຕາມ, ເກັບກຳຂໍ້ມູນລາຊະການລັບ, ກຳນົດເປົ້າໝາຍ, ບັນດາການເຄື່ອນໄຫວໜູນຊ່ວຍ ແລະ ໜ້າທີ່ຕໍ່ສູ້.
ການປະທະກັນລະຫວ່າງກອງທັບ ເຢແມນ ແລະ ຮູທີ ໄດ້ເພີ່ມທະວີໃນເວລາກວ່າ 1 ເດືອນຜ່ານມາ, ສ້າງຄວາມວິຕົກກັງວົນວ່າ ການປະທະກັນຢູ່ ເຢແມນ ຈະເກີດຂຶ້ນຄືນອີກ ພາຍຫຼັງຂໍ້ຕົກລົງຢຸດຍິງໂດຍສະຫະປະຊາຊາດເປັນກາງໄກເກ່ຍທີ່ບັນລຸໄດ້ໃນປີ 2022.
