ຕາມແຫຼ່ງຂ່າວຈາກກອງທັບກໍ່ໃຫ້ຮູ້ວ່າ: ທະຫານລັດຖະບານໄດ້ດັບສູນ ແລະ ເຮັດໃຫ້ພວກກະບົດໃນການປະທະກັນບາດເຈັບຫລາຍຄົນ ແຕ່ໃນປະຈຸບັນຕົວເລກລາຍລະອຽດຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ. ເຫດການປະທະກັນເກີດຂຶ້ນໃນຕອນທ່ຽງວັນທີ 08 ພະຈິກ (ຕາມເວລາທ້ອງຖິ່ນ) ຢູ່ເຂດໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກ. ກຳລັງປ້ອງກັນຄວາມສະຫງົບລັດຖະບານໄດ້ໂຕ້ຕອບຢ່າງຂ້ຽວຂາດ ໃນຂະນະທີ່ດຳເນີນບັ້ນຮົບບຸກໂຈມຕີຢູ່ເຂດໝູ່ບ້ານດັ່ງກ່າວ.
Abu Sayyaf ແມ່ນອົງການທຳສົງຄາມສັກສິດຢູ່ ຟີລິບປີນ ຍ້ອນມີເຄືອຂ່າຍກໍ່ການຮ້າຍສາກົນ Al-Qaeda ໜູນຫລັງ ແລະ ໄດ້ປະຕິຍານວ່າຈະຈົ່ງຮັກພັກດີກັບອົງການ “ລັດອິດສະລາມ” (IS).
