ກອງທັບ ຊີຣີ ຍູ້ຖອຍ IS ຢູ່ເຂດໃກ້ກັບຊາຍແດນ ອີຣັກ (ພາບປະກອບ) |
IS ໄດ້ຂົນຂວາຍລະດົມການບຸກໂຈມຕີຢູ່ຖານທີ່ໝັ້ນການທະຫານໃກ້ກັບເຂດ Sad al – Waer ທະເລຊາຍຕິດກັບຊາຍແດນ ຊີຣີ - ອີຣັກ ດ້ວຍມີບັນດາມືປືນ ແລະ ພາຫະນະການທະຫານຈຳນວນຫລວງຫລາຍ. ເຖິງຢ່າງໃດກໍ່ຕາມ, ການບຸກໂຈມຕີຖືກຕອບໂຕ້ດ້ວຍກຳລັງໄຟແຮງ, ເຮັດໃຫ້ບັນດາມືປືນຕ້ອງຖອນກຳລັງຢ່າງໄວວາ ພາຍຫລັງທີ່ຖືກເສຍຫາຍຢ່າງໜັກໜ່ວງ.
ການບຸກໂຈມຕີດຳເນີນໄປໃນສະພາວະກອງທັບ ຊີຣີ ແລະ ບັນດາມືປືນມຸດສະລິມນິກາຍ Shiite ບັນລຸໄດ້ບາດກ້າວພໍສົມຄວນໃນຄວາມມານະພະຍາຍາມຍູ້ຖອຍ IS ຢູ່ທະເລຊາຍ ຊີຣີ ທີ່ຂຶ້ນກັບເຂດຊົນນະບົດຫ່າງໄກຊອກຫລີກທາງທິດຕາເວັນອອກແຂວງ Homs.

