ອັກຊັງຕີນພວມດຳເນີນການຊອກຫາກຳປັ່ນດຳນ້ຳທີ່ຖືກຫາຍສາບສູນ

ພາບ:BBC

ເຖິງຢ່າງໃດກໍຕາມ ຍັງບໍ່ທັນກຳນົດໄດ້ທີ່ຕັ້ງຂອງ ກຳປັ່ນດັ່ງກ່າວ. ມີກຳປັ່ນ 7 ລຳຂອງບັນດາປະເທດ ພວມສືບຕໍ່ດຳເນີນວຽກງານຊອກຫາກຳປັ່ນດຳນ້ຳທີ່ຖືກຫາຍສາບສູນ. ໃນວັນທີ 25 ພະຈິກ, ມີຍາດຕິພີ່ນ້ອງຫລາຍຄົນຂອງລູກເຮືອປະຕິບັດງານໃນກຳປັ່ນລຳດັ່ງກ່າວ ໄດ້ຈັດຕັ້ງພິທີໄວ້ອາໄລ ລູກເຮືອ 44 ຄົນ ທີ່ຖືກຫາຍສາບສູນຢູ່ນອກຖານທີ່ໝັ້ນ ກອງທັບເຮືອ Mar del Plata ເຖິງວ່າ ບັນດາອົງການກ່ຽວຂ້ອງຍັງບໍ່ທັນອອກຄຳຖະແຫລງຮັບຮູ້ເຂົາເຈົ້າຖືກເສຍຊີວິດ.