ນີ້​ແມ່ນ​ຄຳ​ເນັ້ນ​ໜັກ​ຂອງ​ ທ່ານ ຫວູ​ດ້າຍ​ຖ​ັງ ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ຊຸດ​ທີ XVII, ອາ​ຍຸ​ການ 2026 – 2031 ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ.

ທ່ານ ຫວູ​ດ້າຍ​ຖັງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

“ພວກ​ເຮົາ​ຈະ​ຫັນ​ຈາກ​ກົນ​ໄກຄຸ້ມຄອງ​ບໍ​ລິ​ຫານ​ໄປ​ສູ່​ກົນ​ໄກ​ສ້າງ​ສາ​ພັດ​ທະ​ນາ​ຢ່າງ​ແຮງ. ມະ​ຕິ​ສະ​ບັບ​ຕ່າງໆ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຍື່ນ​ສະ​ເໜີ​ຕໍ່​ ສະ​ພາ​ປະ​ຊາ​ຊົນ ພິ​ຈາ​ລະ​ນາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ສະເພາະໜ້າ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ຮູບ​ແບບ​ການຄຸ້ມຄອງບໍ​ລິ​ຫານ​ຕົວ​ເມືອງ​ທີ່ທັນ​ສະ​ໄໝ, ເປັນ​ເຈົ້າ​ການ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ໃນ​ໄລ​ຍະ​ພັດ​ທະ​ນາ​ຈະ​ມາ​ເຖິງ. ຫຼາ​ຍນ​ນະ​ໂຍ​ບາຍ​ໃໝ່ ເປັນ​ຄັ້ງ​ທ​ຳ​ອິດທີ່​ອອກ​ແບບ​ຕາມ​ທິດມອບ​ສິດ​ໃຫ້​ນະ​ຄອນ​ຈັດ​ຕັ້ງ​ປະ​ຕິ​ບັດຫຼາຍກວ່າ, ກໍ​ຄື ຈັດ​ແບ່ງ​ແຫຼ່ງ​ກຳ​ລັງ ແລະ ກຳນົດບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ເຂດ​ພິ​ເສດ​ຂອງ​ນະ​ຄອນຫຼວງ”.