ກົດໝາຍວ່າດ້ວຍນະຄອນຫຼວງປີ 2026 ມອບໃຫ້ ຮ່າໂນ້ຍ ຫຼາຍກົນໄກໃໝ່ກ່ຽວກັບການຈັດຕັ້ງກົງຈັກ, ການເງິນ - ງົບປະມານ, ການລົງທຶນ, ການວາງແຜນຜັງ, ພັດທະນຕົວເມືອງ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ, ສິ່ງແວດລ້ອມ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ… ທ່ານ ເຈິ່ນດຶກຖັງ, ເລຂາພັກນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:
“ນີ້ແມ່ນບາດກ້າວເດີນທີ່ສຳຄັນ, ສ້າງກອບນິຕິກຳ ແລະ ກຳລັງໜູນໃໝ່ໃຫ້ນະຄອນຫຼວງພັດທະນາ. ດ້ວຍສິດອຳນາດພິເສດ ແລະ ບຸກທະລຸກວ່າ 190 ສິດ, ກົດໝາຍວ່າດ້ວຍນະຄອນຫຼວງສະບັບໃໝ່ ໄດ້ປະກອບສ່ວນຮັບປະກັນໃຫ້ນະຄອນຫຼວງມີສິດອຳນາດ, ເຄື່ອງມື ແລະ ແຫຼ່ງກຳລັງ, ບໍ່ພຽງແຕ່ເພື່ອແກ້ໄຂຈຸດອຸດຕັນໃນການຄຸ້ມຄອງຕົວເມືອງ, ການລົງທຶນ, ການເງິນ, ການແບ່ງຂັ້ນ, ແບ່ງສິດເທົ່ານັ້ນ, ຫາກຍັງສ້າງພື້ນຖານຫັນເປົ້າໝາຍສ້າງນະຄອນຫຼວງ “ອະລິຍະທຳ - ສີວິໄລ - ທັນສະໄໝ - ຜາສຸກ” ໃຫ້ປະກົດຜົນເປັນຈິງອີກດ້ວຍ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງແຫ່ງຊາດ, ເພີ່ມທະວີການຮ່ວມສຳພັນເຂດ, ນຳພາ, ແຜ່ກະຈາຍກຳລັງໜູນພັດທະນາ”.
ກົດໝາຍວ່າດ້ວຍນະຄອນຫຼວງປີ 2026 ໄດ້ຮັບການປັບປຸງໃຫ້ຄົບຊຸດກັບບັນດາພື້ນຖານສຳຄັນອື່ນ, ແມ່ນບ່ອນອີງທາງດ້ານນິຕິກຳຢ່າງຮອບດ້ານ ເພື່ອໃຫ້ ຮ່າໂນ້ຍ ຈັດຕັ້ງປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.
