(ພາບ: Tempo)
ຮັກສາການພົວພັນກັບ ອາຊຽນ ຢ່າງເຂັ້ມແຂງຍັງແມ່ນບຸລິມະສິດແຖວໜ້າຂອງ ອາເມລິກາ. ທ່ານ Kevin Kim, ເອກອັກຄະລັດຖະທູດ ອາເມລິກາ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງຢູ່ ອາຊຽນ ໄດ້ເນັ້ນໜັກຄືດັ່ງກ່າວທີ່ພິທີຂ່ຳນັບຊົມເຊີຍວັນຊາດ ອາເມລິກາ ປະຈຳ ຈາກາກຕາ, ປະເທດ ອິນໂດເນເຊຍ; ແລະ ຢືນຢັນວ່າ ອາເມລິກາ ຖືພາກພື້ນນີ້ແມ່ນແຫ່ງທີ່ຈະ “ຂຽນອະນາຄົດຂອງສະຕະວັດທີ 21”.
ທ່ານເອກອັກຄະລັດຖະທູດ Kevin Kim ຊີ້ແຈ້ງວ່າ, ອາຊຽນ ແມ່ນຍັງສວມບົດບາດສຳຄັນຍິ່ງຕໍ່ບັນດາສິ່ງທີ່ ອາເມລິກາ ປະຖະໜາຢາກເດີນຕາມຢູ່ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ. ການພົວພັນລະຫວ່າງ ອາເມລິກາ ແລະ ອາຊຽນ ສືບຕໍ່ໄດ້ຮັບການປັບປຸງຜ່ານບັນດາຂໍ້ຕົກລົງ ແລະ ວິໄສທັດລວມເຊິ່ງທັງ 2 ຝ່າຍໄດ້ສ້າງຕັ້ງ. ທ່ານກໍ່ເນັ້ນໜັກວ່າ ລັດຖະບານ ອາເມລິກາ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງເລິກເຊິ່ງໃນການເປີດກວ້າງການຮ່ວມມືກັບ ອາຊຽນ ແລະ ບັນດາປະເທດສະມາຊິກໃນຫຼາຍຂົງເຂດຍຸດທະສາດທີ່ແຕກຕ່າງກັນ.
