ວັນທີ 04 ມິຖຸນາ, ຢູ່ ເຊີອຸນ, ສ.ເກົາຫຼີ, ກຸ່ມບໍລິສັດ LG Innotek ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບອຳນາດການປົກຄອງນະຄອນ ຫາຍຟ່ອງ ກ່ຽວກັບໂຄງການເປີດກວ້າງການລົງທຶນເຂົ້າການກໍ່ສ້າງໂຮງງານແຜ່ນຮອງຖານເຄິ່ງຊັກນຳໄຟຟ້າ ຫວຽດນາມ.
ຕາມຂໍ້ຕົກລົງ, ໂຮງງານແຫ່ງໃໝ່ຢູ່ ຫາຍຟ່ອງ ໄດ້ຮັບການກໍ່ສ້າງຂຶ້ນບົນເນື້ອທີ່ປະມານ 330.000 ຕາແມັດ; ຄາດວ່າ ຈະເລີ່ມລົງມືກໍ່ສ້າງໃນເດືອນໜ້າ ແລະ ກໍ່ສ້າງສຳເລັດໃນເດືອນພຶດສະພາປີ 2027. ປັດຈຸບັນນີ້, ກຸ່ມບໍລິສັດ LG Innotek ພວມດຳເນີນການເຄື່ອນໄຫວໂຮງງານຜະລິດ ໂມດູນ ຄາແມຣາ (Modul Camera). ເຖິງຢ່າງໃດກໍຕາມ, ນີ້ແມ່ນຄັ້ງທຳອິດທີ່ທາງບໍລິສັດໄດ້ສ້າງຕັ້ງຮາກຖານຜະລິດແຜ່ນຮອງຖານທາດເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າຫຼາຍປະເພດຢູ່ ຫວຽດນາມ. ຜ່ານໂຄງການນີ້, ກຸ່ມບໍລິສັດ LG Innotek ຈະຜັນຂະຫຍາຍຍຸດທະສາດການຜະລິດຢູ່ໂຮງງານສອງແຫ່ງໄປຄຽງຄູ່ກັນ. ໃນນັ້ນ, ຮາກຖານຢູ່ Gumi (ສ.ເກົາຫຼີ) ຈະສວມບົດບາດເປັນໂຮງງານແມ່, ຮັບຜິດຊອບການຄົ້ນຄວ້າເຕັກໂນໂລຢີໃໝ່ ແລະ ຜະລິດບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມສູງ. ສ່ວນໂຮງງານຢູ່ຫາຍຟ່ອງ ຈະສຸມໃສ່ການຜະລິດບັນດາສ່ວນປະກອບທາດຕັ້ງຕົ້ນຂອງທາດເຄິ່ງຊັກນຳໄຟຟ້າທົ່ວໄປ ດ້ວຍຂອບຂະໜາດໃຫຍ່.
