ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວຂ້ອງເຖິງ ບັນດາມາດຕະການ ຂອງຫວຽດນາມ ເພື່ອແນໃສ່ສະກັດກັ້ນ ສິນຄ້າຕ່າງປະເທດ ປອມແປງຍີ່ຫໍ້ສິນຄ້າຫວຽດນາມ ສົ່ງໄປຍັງປະເທດອື່ນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

“ຫວຽດນາມ ເດັດດ່ຽວສະກັດກັ້ນ ແລະ ປ້ອງກັນທຸກການກະທຳສໍ້ໂກງການຄ້າ, ສໍ້ໂກງຕົ້ນກຳເນີດຢູ່ຕະຫລາດ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວຂາອອກຂາເຂົ້າ ເພື່ອແນໃສ່ປົກປ້ອງຜົນປະໂຫຍດອັນຊອບທຳຂອງວິສາຫະກິດ ແລະ ຜູ້ໃຊ້ສອຍຫວຽດນາມ.”

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN)

ກ່ຽວກັບການເຄື່ອນໄຫວຂອງກຸ່ມກຳປັ່ນສຳຫລວດ ໄຮ້ຢາງ 08 ຂອງຈີນພວມເຄື່ອນໄຫວຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບທາງທິດຕາເວັນອອກສ່ຽງໃຕ້ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

ຕາມແຫຼ່ງຂ່າວທີ່ຂ້າພະເຈົ້າໄດ້ຮູ້ມາວ່າ, ຕອນບ່າຍວັນທີ 07 ສິງຫາ 2019, ກອງກໍ່າປັ່ນສໍາຫຼວດໄຮ້ຢາງ 08 ຂອງຈີນ ໄດ້ຢຸດຕິການເຄື່ອນໄຫວສໍາຫຼວດການສັ່ນສະເທື່ອນຂອງແຜ່ນດິນ ແລະ ໄດ້ຖອນອອກຈາກເຂດເສດຖະກິດຈໍາເພາະ ແລະ ໄຫຼ່ທະວີບທາງຕາເວັນອອກສ່ຽງໃຕ້ຂອງຫວຽດນາມ ທີ່ໄດ້ກໍານົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ຫວຽດນາມ ສະເໜີໃຫ້ບັນດາປະເທດ ເຄົາລົບອະທິປະໄຕ, ສິດອໍານາດອະທິປະໄຕ, ສິດອໍານາດສານທີ່ສອດຄ່ອງກັບກົດໝາຍສາກົນ ຂອງຫວຽດນາມ ແລະ ຍາມໃດກໍສະແດງເຈດຕະນາດີພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດກ່ຽວຂ້ອງ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບສະຖຽນລະພາບ ແລະ ພັດທະນາການຮ່ວມມືມິດຕະພາບລະຫວ່າງບັນດາປະເທດ.

ກ່ຽວຂ້ອງເຖິງເລື່ອງ ຈີນ ກະກຽມນໍາໃຊ້ປຶ້ມຕໍາລາ ປະຫວັດສາດສະບັບໃໝ່ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ, ໃນນັ້ນ ຖືວ່າ ມີເກາະບາງແຫ່ງຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນເກາະຂອງຈີນ ນັ້ນ, ອີກຄັ້ງໜຶ່ງ ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ຢັ້ງຢືນວ່າ: ເລື່ອງ ຈີນ ໂຄສະນາສຶກສາບັນດາຂໍ້ມູນທີ່ຜິດກັບຄວາມຈິງຂອງປະຫວັດສາດ ແລະ ກົດໝາຍສາກົນໃຫ້ຄົນລຸ້ນໜຸ່ມ ແມ່ນບໍ່ເປັນປະໂຫຍດສໍາລັບການພົວວັນຂອງສອງປະເທດ.