ຄະນະການນໍາ ກູບາ ເຮັດວຽກກັບຄະນະການນໍາຫວຽດນາມ (ພາບ: Vu Ha/TTXVN) |
ບັນດາການນໍາພັກ, ລັດ ກູບາ ມີຄວາມປາດຖະໜາວ່າ ຈະສືບຕໍ່ແບ່ງປັນບັນດາຂໍ້ມູນຂ່າວສານ ແລະ ບົດຮຽນໃນວຽກງານພັກ, ວຽກງານທິດສະດີ, ການເຄື່ອນໄຫວຂອງສະພາແຫ່ງຊາດ ກັບ ກູບາ. ສ່ວນທ່ານ ເຈິ່ນແທງເໝິນ ກໍໄດ້ຢັ້ງຢືນຄືນໃໝ່ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດຕໍ່ສູ້ ເພື່ອຄວາມເປັນທໍາຂອງ ກູບາ ໃນທຸກສະພາບການ. ທ່ານ ເຈິ່ນແທງເໝິນ ໃຫ້ຄໍາໝັ້ນສັນຍາວ່າ ຈະມານະພະຍາຍາມ ສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

