ຕາມຕາຕະລາງກ່ຽວກັບກຳປັ່ນປີ 2026 ຂອງທ່າກຳປັ່ນແຂກສາກົນ ຮະລອງ, ລະດູການທ່ອງທ່ຽວກຳປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳປັ່ນສາກົນ, ພານັກທ່ອງທ່ຽວມາຈາກ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ. ທ່ານ ບຸ່ຍກວາງຕວນ, ຫົວໜ້າທ່າກຳປັ່ນແຂກສາກົນ ຮະລອງ, ໃຫ້ຮູ້ວ່າ:
“ປີນີ້, ກຳປັ່ນ Adora Magic City ແລະ Flora City, ເຊິ່ງເປັນກຳປັ່ນໃຫຍ່ທີ່ສຸດຂອງ ຈີນ ໄດ້ກັບກັບມາ ຫວຽດນາມ ແລະ ເດືອນພະຈິກ, ກຳປັ່ນ Magic City ກໍ່ຈະພາແຂກທ່ອງທ່ຽວປະມານ 5.000 ຄົນເຂົ້າທຽບທ່າ. ນອກຈາກການພາແຂກທ່ອງທ່ຽວຈຳນວນຫຼາຍຈາກ ຈີນ ມາ ກວາງນິງ ແລ້ວ, ບໍລິສັດກຳປັ່ນປາດຖະໜາວ່າ ຈະໄດ້ຕ້ອນຮັບແຂກທ່ອງທ່ຽວຈາກ ຫວຽດນາມ ກັບໄປຢ້ຽມຢາມ ຈີນ, ຜ່ານນັ້ນ ກໍ່ຈະສ້າງຄວາມຍືນຍົງໃຫ້ແກ່ບັນດາຖ້ຽວກຳປັ່ນມາຈາກທາງ ຈີນ, ເປໄຫ່, ໄຫໜານ ແລະ ຮ່ົງກົງ (ຈີນ) ໄປຍັງ ຫວຽດນາມ”.
ກວາງນິງ ກໍ່ພວມເພີ່ມທະວີການເຊື່ອມຕໍ່ບັນດາຈຸດປາຍທາງເຊັ່ນ: ຕວນເຈົາ, ເວິນໂດ່ນ ແລະ ເຂດພັກຜ່ອນ ເພື່ອສ້າງບັນດາທາງເລືອກທີ່ຫຼາກຫຼາຍໃຫ້ແຂກທ່ອງທ່ຽວທີ່ມາດ້ວຍກຳປັ່ນ.
