ແຂວງ ກວາງ​ນິງ ຈະລົງ​ທ​ຶນກໍ່​ສ້າງໂຮງ​ຮຽນ​ກິນ​ນອນ​ຊົນ​ເຜົ່າສາ​ມັນຫຼາຍ​ລະ​ດັບ 5 ແຫ່ງ​ຢູ່​ບັນ​ດາ​ຕາ​ແສງ​ຊາຍ​ແດນ, ຄື: ບິ່ງ​ລຽວ, ດົ່ງ​ເຕິມ, ແຮ່ງ​ໂມ, ກວາງ​ເຊີນ, ກວາງ​ດຶກ ແລະ ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມຕອນ​ຕົ້​ນ ຫາຍ​ເຊີນ (ຕາ​ແສງ ຫາຍ​ເຊີນ).

ເມື່ອກໍ່​ສ້າງ​ສຳ​ເລັດ, ໂຮງ​ຮຽນ 6 ແຫ່ງນີ້​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ຮ່ຳ​ຮຽນ​ຂອງ​ນັກ​ຮຽນ​ປະ​ມານ 4.462 ຄົນ, ໃນ​ນັ້ນ​ມີນັກ​ຮຽນ​ກິນນອນ 1.136 ຄົນ ແລະ ​ນັກ​ຮຽນເຄິ່ງ​ກິນນອນ 3.326 ຄົນ​, ດ້ວຍ​ລະ​ບົບ​ຫ້ອງ​ຮຽນ, ຫ້ອງວິ​ຊາ​ສະ​ເພາະ, ຫໍ​ສະ​ໝຸດ, ຫໍ​ພັກ, ເຮືອນ​ຄົວ​ລວມ ແລະ ເຂດ​ກິ​ລາ. ຄວາມ​ຮຽກ​ຮ້ອງ​ຂອງ​ແຂວງ ກວາງ​ນິງ ແມ່ນ ກິດ​ຈະ​ກຳ​ທັງ​ໝົດ​ຕ້ອງ​ໄດ້​ກໍ່​ສ້າງ​ສຳ​ເລັດ​ກ່ອນ​ວັນ​ທີ 30 ສິງ​ຫາ 2026 ເພື່ອ​ທັນ​ນຳ​ເຂົ້າ​ໃຊ້​ການ​ນັບ​ແຕ່​ສົກ​ຮຽນ 2026 – 2027 ຢ່າງ​ທັນ​ການ.

ເອື້ອຍ ນົງ​ທິ​ຮ່າ, ພວມລໍ​ຖ້າ​ເວ​ລາ​ລູກ​​ຈະໄດ້​ເຂົ້າ​ຮຽນ​ຢູ່​ໂຮງ​ຮຽນ​ສາ​ມັນ ກິນນອນ​ຊົນ​ເຜົ່າປະ​ຖົມ ແລະ ມັດ​ທະ​ຍົມ​ຕອນ​ຕ​ົ້ນ ເບິ່ງ​ລຽວ ນັບ​ແຕ່​ສົກ​ຮຽນ​ຈະ​ມາ​ເຖິງ, ໃຫ້​ຮ​ູ້​ວ່າ:

“​ຄອບ​ຄົວ​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ເມື່ອລູກ​ໄດ້​​​ເຂົ້າມາຮຽນ​ຢູ່​ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ. ທາງ​ໂຮງ​ຮຽນມີ​ເງື່ອນ​ໄຂ​ຮ່ຳ​ຮຽນ, ກິນຢ​ູ່, ດ​ຳ​ລົງ​ຊີ​ວິດ​ຢ່າງ​ພຽງ​ພໍ ແລະ ຄູ​ອາ​ຈານ​ໄດ້​ເອົາ​ໃຈ​ໃສ່​ເບິ່ງ​ແຍງດ​ູ​ແລຢ່າ​ງ​ລອບ​ຄອບ​ທີ່​ຖ້ວນ​ໃຫ້​ພວກ​ລູກ. ພວກ​ຂ້າ​ພະ​ເຈົ້າ​ພວ​ມ​ລໍ​ຄອຍ​ເວ​ລາ​ລູກ​ຂອງ​ຕົນ​ໄດ້​ເຂົ້າຮ່ຳ​ຮຽນ​ໃນ​ເງື່ອນ​ໄຂ​ທີ່ດ​ີ, ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.”