ລາຄານ້ຳມັນໂລກຫຼຸດລົງກວ່າ 5%ໃນວາລະແລກປ່ຽນຄ້າຂາຍໃນຕອນເຊົ້າວັນທີ 27 ກໍລະກົດ, ໃນຂະນະນັ້ນ ລາຄາຄຳຟື້ນຕົວຄືນໃໝ່, ພາຍຫຼັງ ອາເມລິກາຢຸດຍິງບັນດາ ການເຄື່ອນໄຫວດ້ານການທະຫານເພື່ອເລັ່ງໃສ່ອີຣານ, ເຮັດໃຫ້ຄວາມຫວັງຕໍ່ຄວາມເຄັ່ງຕຶງຢູ່ ພາກພື້ນຕາເວັນອອກກາງ ຈະຫຼຸດລົງ ແລະ ບັນດາຄວາມມານະພະຍາຍາມທາງການທູດໄດ້ຮັບການເຊື່ອມຕໍ່ຄືນໃໝ່. ລະອຽດແມ່ນ,
ການຜັນແປໄດ້ເກີດຂຶ້ນພາຍຫຼັງ ອີຣານປະກາດໃນວັນທີ 26 ກໍລະກົດວ່າ ຢຸດຕິບັນດາການກະທຳໂຕ້ຕອບໃນພາກພື້ນ, ໃນຂະນະທີ່ອາເມລິກາ ກໍ່ຢຸດຕິບັນດາການບຸກໂຈມຕີທາງອາກາດເລັ່ງໃສ່ປະເທດນີ້ໃນສອງຄືນທີ່ຜ່ານມາ.
