ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ແຜນການດັ່ງກ່າວ ແມ່ນບັນຫາແກ່ນສານໃນການປະຕິຮູບນິຕິກຳ, ສືບຕໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045 ເຊິ່ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກຄອມມູນິດ ຫວຽດນາມ ໄດ້ວາງອອກ. ດັ່ງນັ້ນ, ຮຽກຮ້ອງຕ້ອງມີການລະດົມກຳລັງ ແລະ ການເຂົ້າຮ່ວມຈາກຫຼາຍອົງການຈັດຕັ້ງ, ນັກຊ່ຽວຊານ, ນັກວິທະຍາສາດ. ທ່ານກໍສະເໜີໃຫ້ບັນດານັກຊ່ຽວຊານ,ນັກວິທະຍາສາດປະກອບຄຳເຫັນໃສ່ບາງເນື້ອໃນຄື ຂອບຂະໜາດຂອງແຜນຮ່າງ; ໂຄງປະກອບ, ເນື້ອໃນຄົ້ນຄວ້າ; ບັນດາຫົວເລື່ອງລົງເລິກ; ການຈັດແບ່ງວຽກງານໃຫ້ແກ່ບັນດາອົງການປະຕິບັດຫົວເລື່ອງນັ້ນ… ແລະ ບັນດາເນື້ອໃນອື່ນ ເຊິ່ງບັນດານັກຊ່ຽວຊານ, ນັກວິທະຍາສາດຢາກປະກອບຄຳເຫັນ.