ຮາກຖານຂຸດຄົ້ນນ້ຳມັນຂອງ ອີຣານ (ພາບ: TTXVN)

ຕາມ ນັກໄຈ້ແຍກ Phil Flynn ແລ້ວ, ຄວາມຄືບໜ້າໃນການເຈລະຈາດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກອາດຈະເຮັດໃຫ້ຄວາມຕ້ອງການໃນການນຳໃຊ້ນ້ຳມັນດິບເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ຄ່ານ້ຳມັນເພີ່ມຂຶ້ນສ່ວນໜຶ່ງກໍ່ຍ້ອນວ່າ ຕົວເລກສະຖິຕິຂອງ ຈີນສະແດງໃຫ້ເຫັນວ່າ ປະລິມານອຸດສາຫະກຳ ແລະ ການເຕີບໂຕໃນຂະແໜງຂາຍຍ່ອຍເພີ່ມຂຶ້ນຢ່າງໄວວາເມື່ອທຽບໃສ່ການຄາດຄະເນຂອງ ເດືອນ ພະຈິກ.