ຕະຫຼາດການເງິນໂລກ ມີການຜັນແປທີ່ກົງກັນຂ້າມ ໃນວາລະທຸລະກຳ ວັນທີ 6 ສິງຫາເມື່ອລາຄານ້ຳມັນເພີ່ມຂຶ້ນສູງຍ້ອນຄວາມວິຕົກກັງວົນຕໍ່ຄວາມສ່ຽງຂາດຕິດຂາດຕອນແຫຼ່ງສະໜອງຈາກພາກພື້ນຕາເວັນອອກກາງ, ໃນຂະນະທີ່ລາຄາຄຳຫຼຸດລົງຕໍ່ໜ້າແຮງກົດດັນໃນການຫາກຳໄກ. ອັດວາລະທຸລະກຳ, ລາຄານ້ຳມັນ Brent ທະເລເໜືອ ເພີ່ມ 3,04 USD (3,83%) ຂຶ້ນເປັນ82,94 USD/ຖັງ, ສ່ວນນ້ຳມັນດິບ (WTI) ຂອງອາເມລິກາ ເພີ່ມ 2,07 USD (2,75%) ຂຶ້ນເປັນ 77,29 USD/ຖັງ. ກຳລັງໜູນຫຼັກແຫຼ່ງມາຈາກຂ່າວທີ່ວ່າ ກຳມາທິການໜຶ່ງໃນ ສະພາແຫ່ງຊາດອີຣານ ພວມພິຈາລະນາຮ່່າງກົດໝາຍວ່າດ້ວຍຫ້າມກຳປັ່ນຂອງອາເມລິກາ, ອິດສະລາແອັນ ແລະ ບັນດາປະເທດບໍ່ເປັນມິດ ເດີນຜ່ານຊ່ອງແຄບທະເລ Hormuz, ພ້ອມທັງສະເໜີໝູນໃຊ້ການປັບໄໝລົງໂທດຂຶ້ນເຖິງ 20% ມູນຄ່າສິນຄ້າສຳລັບບັນດາກໍລະນີລະເມີດ.
