ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ ຟ​້​າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຮັບ​ຮູ້​ບັນ​ດາ​ໝາກ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ TBI ກັບ​ບັນ​ດາ​ອົງ​ການ​ຂອງງ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ; ສະ​ເໜີ​ໃຫ້ TBI ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ກອງ​ທຶນ​ລົງ​ທຶນ ແລະ ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຈາກ ເອີ​ຣົບ, ຕາ​ເວັນ​ອອກ​ກາງ ແລະ​ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ​ທີ່​ລົງ​ທຶນ​ເຂົ້າ ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ປັນ​ຍາ​ປະ​ດິດ (AI), ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ສູນ​ຂໍ້​ມູນ​ຂ່າວ​ສານ, ພະ​ລັງ​ງານ​ທົດ​ແທນ, hydrogen ແລະ ໄຟ​ຟ້າ​ແຮງ​ລົມ​ນອກ​ຝັ່ງ; ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ…

ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Tony Blair ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ຕີ​ລາ​ຄາ​ວ່າ ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ໃນ​ປີ 2045 ແມ່ນ​​ຈະສາ​ມາດ​ປະ​ຕິ​ບັດ​ໄດ້. ທ່ານ Tony Blair ຢັ້ງ​ຢືນ​ວ່າ, TBI ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ ມີ​ການ​ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ຫວຽດ​ນາມ, ຊຸກ​ຍູ້​ການ​ລົງ​ທຶນ ແລະ ການ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ.