ວັນທີ 20 ກໍລະກົດ, ທ່ານ Andy Burnham ໄດ້ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດ ອັງກິດ ຢ່າງເປັນທາງການ, ແທນທ່ານ Keir Starmer, ຂະນະທີ່ໄດ້ເຫັນດີຕໍ່ຄຳສະເໜີຂອງ ກະສັດ Charles III ກ່ຽວກັບເລື່ອງສ້າງຕັ້ງລັດຖະບານຊຸດໃໝ່. ໃນບົດກ່າວຄຳເຫັນທຳອິດໃນຖານະເປັນຜູ້ນຳລັດຖະບານ, ທ່ານໃຫ້ຄຳໝັ້ນສັນຍາຈະນຳປະເທດກ້າວເຂົ້າສູ່ໄລຍະທີ່ເປັນປົກກະຕິກວ່າ, ພ້ອມທັງມຸ່ງໄປເຖິງ “ຮູບແບບເສດຖະກິດໃໝ່, ຮູບແບບການເມືອງໃໝ່”. ກ່າວຄຳເຫັນຢູ່ນອກສຳນັກງານນາຍົກລັດຖະມົນຕີ ເຮືອນເລກທີ 10 ຖະໜົນ Downing, ທ່ານນາຍົກລັດຖະມົນຕີຄົນໃໝ່ ເນັ້ນໜັກວ່າ “ປະເທດ ອັງກິດ ຕ້ອງສະແດງໃຫ້ໂລກເຫັນວ່າ ອີກຄັ້ງໜຶ່ງ, ອົງກິດ ສາມາດຍາດໄດ້ຄວາມໝັ້ນທ່ຽງໃຫ້ແກ່ປະເທດຕົນຄືນອີກ”. ໄປຄຽງຄູ່ກັບບັນດາຖະແຫຼງການທີ່ມີລັກສະນະກຳນົດທິດ, ວິວັດການບູລະນະກົງຈັກລັດຖະບານຄືນໃໝ່ກໍ່ຈະເລີ່ມປະຕິບັດ.
