ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮວ່າງອານ ໃນການ ເຮັດວຽກກັບທ່ານ Graham Stuart, ທູດພິເສດຮັບຜິດຊອບດ້ານການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດ ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ ໃນວັນທີ 5 ເມສາ.

ເສົາໄຟຟ້າແຮງລົມ ຢູ່ ຈ່າວິງ (ພາບປະກອບ: TTXVN)

ເມື່ອແລກປ່ຽນກ່ຽວກັບບັນຫາພະລັງງານ, ທ່ານ Graham Stuart ຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດຫຼຸດປະລິມານການປ່ອຍອາຍພິດລົງເປັນ “0” ໃນປີ 2050 ຢູ່ COP26; ຊົມເຊີຍ ຫວຽດນາມ ທີ່ສ້າງແຜນການໃນທັນທີ ເພື່ອດັດປັບຍຸດທະສາດ, ນະໂຍບາຍຢູ່ພາຍໃນປະເທດກ່ຽວກັບດິນຟ້າອາກາດໃຫ້ສອດຄ່ອງ ແລະ ບັນລຸໄດ້ເປົ້າໝາຍດັ່ງກ່າວ. ທ່ານ Graham Stuart ກໍໄດ້ແບ່ງປັນກ່ຽວກັບການປະສົບຜົນສຳເລັດໃນການພັດທະນາພະລັງງານຜະລິດຄືນໃໝ່, ຫຼຸດຜ່ອນການອີງໃສ່ແຫຼ່ງພະລັງງານໄຟຟ້າຈາກຖ່ານຫີນຢູ່ ອັງກິດ ແລະ ສົ່ງເສີມ ຫວຽດນາມ ບັນລຸໄດ້ເປົ້າໝາຍທີ່ໃຫຍ່ກວ່າແກ່ການພັດທະນາຂຽວ ໃນ ແຜນກຳນົດໄຟຟ້າ VIII ດ້ວຍແຜນການ ແລະ ກົນໄກສົ່ງເສີມການລົງທຶນເຂົ້າພະລັງງານຜະລິດຄືນໃໝ່.

ການພົບປະລະຫວ່າງທ່ານ ຟານວັນມ໊າຍ ປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ Graham Stuart ທູດພິເສດຮັບຜິດຊອບດ້ານການຄ້າຂອງທ່ານນາຍົກລັດຖະມົນຕີ ອັງກິດ ປະຈຳ ຫວຽດນາມ, ກຳປູເຈຍ ແລະ ລາວ (ພາບ: TTXVN)
ທີ່ການພົບປະກັບທ່ານ ຟານວັນມ໊າຍ ປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃນຕອນບ່າຍຂອງວັນດຽວກັນ, ທ່ານ Graham Stuart ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການຮ່ວມມືລະຫວ່າງສອງຝ່າຍ ແລະ ໃຫ້ຮູ້ວ່າ ອັງກິດ ຖືເປັນສຳຄັນທີ່ຕັ້ງ, ຄວາມສາມາດບົ່ມຊ້ອນໃນຂົງເຂດພັດທະນາຄົມມະນາຄົມຂຽວ, ຮັບປະກັນແຫຼ່ງບຸກຄະລາກອນ, ກໍ່ສ້າງຕົວເມືອງອັດສະລິຍະ, ຫັນເປັນດີຈີຕອນ…