(ພາບປະກອບ: TTXVN) |
ທີ່ຕາຕະລາງແລກປ່ຽນເງິນຕາ ໃນວັນທີ 30 ຕຸລາ, ເງິນຢວນ ໄດ້ຕົກຕໍ່າລົງໃນລະດັບ 6,96 ຢວນ/1 USD ແລະ ແມ່ນລະດັບຕໍ່າສຸດນັບແຕ່ເດືອນພຶດສະພາ ປີ 2008 ມາຮອດປັດຈຸບັນ. ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ລະດັບເໝາະສົມສໍາລັບຕະຫຼາດ ແມ່ນ 7 ຢວນ/1 USD ແລະ ຖ້າຫາກວ່າລື່ນກາຍລະດັບດັ່ງກ່າວ ອາດຈະເຮັດໃຫ້ ຄວາມໄວ້ເນື້ອເຊື່ອໃຈຕໍ່ຕະຫຼາດຫຼຸດລົງ ແລະ ເຮັດໃຫ້ ອາເມລິກາ ສືບຕໍ່ກ່າວຫາ ຈີນ ວ່າ ພວມອະນຸຍາດໃຫ້ຫຼຸດລາຄາເງິນ ຢວນ ເພື່ອແນໃສ່ຮັບມືກັບບັນດາຜົນກະທົບຂອງບັນດາ ມາດຕະການດ້ານພາສີຕ່າງໆ ເຊິ່ງ ວໍຊິງຕັນ ຈັດວາງ ສໍາລັບສິນຄ້າຂອງຈີນ.

